KLS Logo

ແຈ້ງການ

ເຖິງ: ບັນດາລູກຄ້າທີ່ນັບຖືທຸກທ່ານ
ເລື່ອງ: ຄ່າທຳນຽມ ແລະ ຄ່າປັບໄໝ

ອີງຕາມລະບຽບຂອງ ບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ, ທາງບໍລິສັດຂໍແຈ້ງຄ່າທຳນຽມ ແລະ ຄ່າປັບໄໝຕ່າງໆຕາມຕາຕະລາງລຸ່ມນີ້:

ລົດໃຫຍ່
  1. ຄ່າປັບໃໝ 3% ຂອງຄ່າງວດທີ່ຍັງຄ້າງຊໍາລະ (ໃນກໍລະນີຈ່າຍຄ່າງວດຊັກຊ້າ) ສຳລັບ ສັນຍາຊື້ຂາຍລົດດ້ວຍເງິນຜ່ອນ, ສັນຍາກູ້ຢືມ, ສັນຍາເຊົ່າສິນເຊື່ອ
  2. ຄ່າປັບໃໝ (ຈຳນວນເງິນຄ້າງຊຳລະຄ່າງວດ x ອັດຕາປັບໃໝ x 12 x 150%) / 360 ວັນ x ຈຳນວນວັນຄ້າງຊຳລະ(ໃນກໍລະນີຈ່າຍຄ່າງວດຊັກຊ້າ)/Auto-Late Charge ສຳລັບ ສັນຍາເຊົ່າຊື້ຍານພາຫະນະ
  3. ຄ່າທວງຄ່າງວດ ຕໍ່ງວດ ຄ້າງຊໍາລະ 150,000 ກີບ
  4. ຄ່າບໍລິການໃນກໍລະນີທີ່ລູກຄ້າຂໍໃຫ້ທາງບໍລິສັດໄປເກັບເງີນຈາກທີ່ຢູ່ ຫຼືບ່ອນປະຈໍາການຂອງລູກຄ້າເອງ 50,000 ກີບ
  5. ຄ່າທຳນຽມເອກະສານລົດໃຫຍ່ 1,500,000 ກີບ
  6. ຄ່າຍົກເລີກເລີກສັນຍາ (ໃນກໍລະນີລູກຄ້າລະເມືດເງື່ອນໃຂຂອງສັນຍາ) 2,500,000 ກີບ
  7. ຄ່າປ່ຽນຊື່ຜູ້ເຊົ່າສິນເຊື່ອ (ໂອນກຳມະສິດເປັນຂອງບຸກຄົນອື່ນທີ່ບໍ່ຢູ່ໃນສັນຍາ, ໃນກໍລະນີທີ່ລູກຄ້າຊໍາລະຄ່າເຊົ່າສິນເຊື່ອຄົບຖ້ວນແລ້ວເທົ່ານັ້ນ) 800,000 ກີບ
  8. ຄ່າທຳນຽມການປ່ຽນຜູ້ກູ້(ທຸກສັນຍາ) 1,5% ຂອງຍອດສິນເຊື່ອທີ່ຍັງຄ້າງຊໍາລະທັງໝົດ
    • ຜູ້ຄໍ້າປະກັນໃໝ່ 500,000 ກີບ
    • ຄ່າກວດກາເຕັກນິກສະພາບລົດຄືນ 500,000 ກີບ
    • ຄ່າດຳເນີນງານ 500,000 ກີບ
  9. ຄ່າຝາກສາງ (ກໍລະນີຍຶດລົດມາແລ້ວ) 1,600,000 ກີບ
  10. ອອກປື້ມເຫຼືອງໃໝ່ 350,000 ກີບ
  11. ຄ່າທໍານຽມອອກປື້ມເຫຼືອງໃໝ່ 50,000 ກີບ
  12. ຕໍ່ອາຍຸ ກວດກາເຕັກນິກລົດ 250,000 ກີບ
  13. ຄ່າທໍານຽມຕໍ່ອາຍຸ ກວດກາເຕັກນິກລົດ 35,000 ກີບ
  14. ຕໍ່ອາຍຸ ທະບຽນລົດໃຫຍ່ ( ພ້ອມກວດເຕັກນິດລົດ) 400,000 ກີບ
  15. ຄ່າທໍານຽມຕໍ່ອາຍຸ ທະບຽນລົດໃຫຍ່ ( ພ້ອມກວດເຕັກນິດລົດ) 50,000 ກີບ
  16. ຄ່າມັດຈຳ ຢືມກຸນແຈ ຫຼື ທະບຽນ 800,000 ກີບ
  17. ຄ່າທຳນຽມ ຢືມກຸນແຈ ຫຼື ທະບຽນ 50,000 ກີບ
  18. ຄ່າທຳນຽມ ອອກບັດຊໍາລະຄ່າງວດໃໝ່ 30,000 ກີບ
  19. ຄ່າມັດຈຳ ຖອນສໍານວນເອກະສານ ຈາກກອງຄຸ້ມຄອງພາຫະນະ(ໂຍທາທົ່ງປົ່ງ) 365,000 ກີບ
  20. ຄ່າທຳນຽມຖອນສຳນວນເອກະສານກຸງສີິ 55,000 ກີບ
  21. ໃບສະເໜີປ້າຍລົດໃໝ່ 35,000 ກີບ
  22. ໃບອະນຸຍາດນຳໃຊ້ລົດ(ແຈ້ງເສຍ) 11,000 ກີບ
  23. ໃບສະເໜີເພື່ອຂໍອານຸຍາດແລ່ນລົດ 35,000 ກີບ
  24. ໃບມອບສິດນຳໃຊ້ລົດຂ້າມດ່ານ (ອາຍຸການນໍາໃຊ້ 06ເດືອນ) 55,000 ກີບ
  25. ໃບມອບສິດນຳໃຊ້ລົດຂ້າມດ່ານ (ອາຍຸການນໍາໃຊ້ 01ປີ) 11,0000 ກີບ
  26. ຕາຕະລາງວດຊໍາລະສິນເຊຶ່ອ 11,000 ກີບ
  27. ຄ່າທຳນຽມປັບໂຄງສ້າງໜີ້ (ທຸກສັນຍາ) 100,000 ກີບ
  28. ຄ່າທໍານຽມ ໃບຢັ້ງຢືນຍອດປິດຄ່າງວດກ່ອນກໍານົດ 11,000 ກີບ
  29. ຄ່າທຳນຽມຈົດທະບຽນພາຫະນະ 350,000 ກີບ
  30. ຄ່າທຳນຽມລົດໃຫຍ່ 150,000 ກີບ
  31. ຄ່າທຳນຽມດຳເນີນງານ 1,500,000 ກີບ
  32. ຄ່າກວດກາເຕັກນິກສະພາບລົດຄືນ 500,000 ກີບ
  33. ຄ່າທຳນຽມອອກເອກະສານ ບັອກປ້າຍ (ແຈ້ງເສຍ) 11,000 ກີບ
  34. ຄ່າທຳນຽມອຶ່ນໆ 11,000 ກີບ
ເຄຶ່ອງໃຊ້ໄຟ້າ
  1. ຄ່າປັບໃໝ(ໃນກໍລະນີຊຳລະຄ່າງວດຊ້າ) 10000 / ຕໍ່ມື້ ສຳລັບ ສັນຍາການໃຫ້ບໍລິການຜ່ອນຊໍາລະ
  2. ຄ່າປັບໃໝ (ໃນກໍລະນີຈ່າຍຄ່າງວດຊັກຊ້າ) (ຈຳນວນເງິນຄ້າງຊຳລະຄ່າງວດ x ອັດຕາປັບໃໝ x 12 x 150%) / 360 ວັນ x ຈຳນວນວັນຄ້າງຊຳລະ ສຳລັບ ສັນຍາເຊົ່າຊື້ສິນຄ້າ
  3. ຄ່າທວງຄ່າງວດ ຕໍ່ງວດ ຄ້າງຊໍາລະ 150,000 ກີບ
  4. ຄ່າທຳນຽມໃນການດຳເນີນງານ 5%ຂອງຍອດສິນເຊຶ່ອ
  5. ຄ່າບໍລິການໃນກໍລະນີທີ່ລູກຄ້າຂໍໃຫ້ທາງບໍລິສັດໄປເກັບເງິນຢູ່ນອກສະຖານທີ່ ຫຼື ບ່ອນປະຈຳການ 25,000 ກີບ
  6. ຄ່າຍົກເລີກສັນຍາ ຫລັງຈາກຮັບສິນຄ້າແລ້ວ 100000
  7. ຄ່າຍົກເລີກສັນຍາລົດຈັກ ຫລັງຈາກຮັບສິນຄ້າແລ້ວ 100,000 ກີບ
ຄ່າທຳນຽມທົ່ວໄປ
  1. ຄ່າປັບແຊັກ (ກໍລະນີເອົາແຊັກມາຈ່າຍແລ້ວຂື້ນເງີນບໍ່ໄດ້) 20,000 ກີບ
  2. ຄ່າທຳນຽມປ່ຽນວັນຊໍາລະຄ່າງວດ 100,000 ກີບ

ດັ່ງນັ້ນ, ທາງບໍລິສັດ ຈຶ່ງແຈ້ງມາເຖິງບັນດາລູກຄ້າເພຶ່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມ ແຈ້ງການສະບັບນີ້ ແລະ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າທາງບໍລິສັດຈະແຈ້ງການສະບັບໃໝ່ອອກມາ. ທາງບໍລິສັດ ສະຫງວນສິດທີ່ຈະຍົກເລີກ ຫຼື ປ່ຽນແປງແຈ້ງການສະບັບນີ້ ກ່ອນວັນໝົດກຳນົດໂດຍທີ່ບໍ່ໄດ້ແຈ້ງລ່ວງໜ້າ