KLS Logo

ບັດວົງເງິນພ້ອມໃຊ້ໃນໂທລະສັບ

https://member.krungsrilaos.com

ບັດວົງເງິນພ້ອມໃຊ້ໃນໂທລະສັບ First choice Digital card ແມ່ນບັດ Digital card ສຳຫຼັບໃຊ້ວົງເງິນທີບໍລິສັດອະນຸມັດໃຫ້ລູກຄ້າ ເພື່ອໃຊ້ຜ່ອນສິນຄ້າ ແລະ ການບໍລິການກັບຮ້ານຄ້າພັນທະມິດແລະ ການບໍລິການກັບຮ້ານຄ້າພັນທະມິດ

ສິນຄ້າທີ່ສາມາດຜ່ອນໄດ້
  • ຜ່ອນຄຳ
  • ໂທລະສັບມືຖື, ແທັບເລັດ, ອຸປະກອນໄອທີ
  • ລົດຖີບ ໄຟຟ້າ ແລະ ລົດຈັກ ໄຟຟ້າ
  • ເຄື່ອງສຽງລົດໃຫຍ່, ຢາງລົດໃຫຍ່, ລໍ້ແມັກ, ອຸປະກອນຕົກແຕ່ງລົດໃຫຍ່
  • ເຄື່ອງໃຊ້ ໄຟຟ້າ ເຊັ່ນ: ໂທລະພາບ, ຕູ້ເຢັນ, ແອ, ຈັກຊັກເຄື່ອງ ແລະ ອື່ນໆ
  • ແວ່ນຕາ, ໂມງ, ລົດຖີບ, ສິ້ນ, ກະເປົ໋າ ແລະ ອື່ນໆ
  • ເຄື່ອງເຟີນີເຈີ, ປະກັນໄພລົດໃຫຍ່
ເງື່ອນໄຂຂອງລູກຄ້າ
  • ອາຍຸ 20-60 ປີ
  • ສັນຊາດລາວ/ຕ່າງປະເທດ
  • ລາຍຮັບຕໍ່ເດືອນ 1,600,000 ກີບຂື້ນໄປ
ເອກະສານປະກອບການສະໝັກ
ສຳລັບພະນັກງານປະຈຳ ແລະ ເຈົ້າຂອງທຸລະກິດ
  1. ສຳເນົາບັດປະຈຳຕົວ, ພາດສະປອດ ຫຼື ປື້ມສຳມະໂນຄົວ (ກໍລະນີໝົດອາຍຸແມ່ນໃຫ້ສຳເນົາປື້ມສຳມະໂນຄົວແນບມາດ້ວຍ)
  2. ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ສະລິບເງິນເດືອນ ຫຼື ປື້ມບັນຊີທະນາຄານ 6 ເດືອນຍ້ອນຫຼັງ (ບັນຊີເງິນເດືອນ)
ເອກະສານເພີ່ມເຕີມສຳລັບເຈົ້າຂອງທຸລະກິດ
  1. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ
  2. ສຳເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
  3. ປື້ມບັນຊີທະນາຄານ 6 ເດືອນຍ້ອນຫຼັງ
ຂັ້ນຕອນການສະໝັກ
  1. ລູກຄ້າທີ່ສົນໃຈສະໝັກບັດວົງເງິນພ້ອມໃຊ້ໃນໂທລະຊັບ ຕ້ອງຖືບັດປະຈຳຕົວ ແລະ ເອກະສານລາຍໄດ້ພະນັກງານມາສະໝັກວົງເງິນກັບເຊວທີ່ ຮ້ານຄ້າ
  2. ຫຼັງຈາກລູກຄ້າໄດ້ຮັບອະນຸມັດ ວົງເງິນທີ່ລູກຄ້າຂໍຈະຖືກອະນຸມັດ ເພື່ອຢືນຢັນ ການສະໝັກສຳເລັດ
  3. ສຳເລັດການສະໝັກ ລູກຄ້າຈະໄດ້ຮັບ First choice Digital card ຜ່ານລິ້ງ https://member.krungsrilaos.com ເພື່ອໃຊ້ຜ່ອນສິນຄ້າ
ຂັ້ນຕອນການນຳໃຊ້
  1. ລູກຄ້າມີບັດວົງເງິນພ້ອມໃຊ້ໃນໂທລະສັບ ຖືບັດວົງເງິນພ້ອມໃຊ້ໃນໂທລະສັບ ໃນມື ທີ່ມີຄິວອາໂຄດ
  2. ເຂົ້າໄປທີ່ຮ້ານຄ້າ ລູກຄ້າສາມາດໃຊ້ ວົງເງິນໄດ້ສະເພາະຮ້ານຄ້າທີ່ຮ່ວມລາຍການເທົ່ານັ້ນ (ສາມາດສອບຖາມກັບພະນັກງານທີ່ທ່ານສະໝັກນຳໄດ້ເລີຍ)
  3. ສະແກນຄິວອາໂຄດທີ່ຮ້ານຄ້າ ລູກຄ້ານຳເອົາ First choice Digital card ໄປສະແກນຄິວອາໂຄດ ທີ່ຮ້ານຄ້າ ທີ່ຕ້ອງການຜ່ອນສິນຄ້າ
  4. ເລືອກສິນຄ້າ ສາມາດເລືອກສິນຄ້າທີ່ຢາກຜ່ອນໄດ້ເລີຍ
  5. ໄດ້ຮັບອະນຸມັດ ສາມາດຮັບສິນຄ້າພາຍໃນ 30 ນາທີ